ข้ามไปที่เนื้อหาหลัก

ແຂວງຫົວພັນ

ແຂວງຫົວພັນເລັ່ງພັດທະນາຕາດສະເຫຼີ້ຍເປັນແຫຼ່ງທ່ອງທຽວທຳມະຊາດ


     ແ
       ແຂວງຫົວພັນໄດ້ອະນຸຍາດໃຫ້ລັດວິສາຫະກິດແອກົ້ງເປັນຜູ້ສຳປະທານຕາດສະເຫຼີ້ຍເປັນແຫຼ່ງທ່ອງທຽວທຳມະຊາດສາມາດຮອງຮັບນັກທ່ອງທ່ຽວພາຍໃນແລະຕ່າງປະເທດຢູ່ບ້ານໂພນໄຊ ເມືອງຊຳເໜືອ ແຂວງຫົວພັນ


ຖ້ຳປະຫວັດສາດເຂດຫາງລ້ອງ ປະກອບມີຖ້ຳຂະແໜງການຕ່າງໆ ຂອງສູນກາງ ແລະ ແຂວງ ທີ່ອາໄສຢູ່ສະໄໝສົງຄາມ ເຊັ່ນ: ຖ້ຳລຸງມາ (ເຈົ້າແຂວງ), ຖ້ຳໂຮງໝໍທະຫານ, ຖ້ຳຮັບແຂກ, ຖ້ຳນຳເຂົ້າ-ສົ່ງອອກ, ຖ້ຳວິທະຍຸ ແລະ ຖ້ຳອື່ນໆ ເຊິ່ງເປັນເຂດທີ່ມີ ທີວທັດທຳມະຊາດສວຍງາມ, ຫ່າງຈາກເທດສະບານແຂວງ ປະມານ 18 ກິໂລ ແມັດ.
ຖ້ຳລຸງມາ (ເຈົ້າແຂວງ)
ຕັ້ງຫ່າງຈາກບ້ານຫາງລ້ອງ ປະມານ 100 ແມັດ ແລະ ຫ່າງຈາກເທດສະບານ 18 ກິໂລແມັດ. ລົດໃຫ່ຍ, ລົດຈັກ ສາມາດເຂົ້າເຖິງ ບໍລິເວນຖ້ຳໄດ້.
 ຖ້ຳໂຮງໝໍທະຫານ

ຖ້ຳຊ້າງລອດ
ຕັ້ງຢູ່ເທດສະບານ ເມືອງວຽງໄຊ. ລົດໃຫ່ຍ ແລະ  ລົດຈັກ ສາມາດໄປມາສະດວກ, ມີເຄື່ອງ Audio-Tour ແລະ ມີຫ້ອງນ້ຳສາທາລະນະ.
ຖ້ຳຕຳຫຼວດ
ຕັ້ງຫ່າງຈາກເທດສະບານ ເມືອງວຽງໄຊ ປະມານ 1.5 ກິໂລແມັດ. ລົດໃຫ່ຍ ແລະ ລົດຈັກ ສາມາດເຂົ້າເຖິງໄດ້
ຖ້ຳໂຮງໝໍນ້ອຍ
ຕັ້ງຢູ່ຫ່າງຈາກເທດສະບານ ເມືອງວຽງໄຊ ປະມານ 200 ແມັດ. ລົດໃຫ່ຍ, ລົດຈັກ ສາມາດເຂົ້າເຖິງໄດ້.
ຖ້ຳການເງີນ

ຕັ້ງຢູ່ຫ່າງຈາກເທດສະບານ ເມືອງວຽງໄຊ ປະມານ 200 ແມັດ. ມີທາງຍ່າງສຳລັບທ່ຽວຊົມຖ້ຳ.
ຖ້ຳທະນາຄານ
ຕັ້ງຢູ່ຫ່າງຈາກເທດສະບານ ເມືອງວຽງໄຊ ປະມານ 200 ແມັດ. ມີທາງຍ່າງສຳລັບທ່ຽວຊົມຖ້ຳ.
ຖ້ຳກະສິກຳ
ຕັ້ງຢູ່ຫ່າງຈາກເທດສະບານ ເມືອງວຽງໄຊ ປະມານ 300 ແມັດ. ມີທາງຍ່າງສຳລັບທ່ຽວຊົມຖ້ຳ.
ຖ້ຳແຜນການ
ຕັ້ງຢູ່ເທດສະບານ ເມືອງວຽງໄຊ. ສາມາດຍ່າງ, ຂີ່ລົດໃຫ່ຍ, ລົດຈັກ ເຂົ້າເຖິງບໍລິເວນຖ້ຳໄດ້.
ຖ້ຳຜາທ້າວ ( ຖ້ຳແມ່ໝ້າຍ )
ຕັ້ງຢູ່ເທດສະບານ ເມືອງວຽງໄຊ. ສາມາດຍ່າງທ່ຽວຊົມໄດ້.
ຖ້ຳໄປສະນີ
ຕັ້ງຫ່າງຈາກເທດສະບານ ເມືອງວຽງໄຊ ປະມານ 5 ກິໂລແມັດ. ມີທາງລົດເຂົ້າໄປເຖິງ ແລະ ຍ່າງເຂົ້າໄປເຖິງບໍລິເວນຖ້ຳ ປະມານ 100 ແມັດ.
ຖ້ຳໝາຫຼົງ
ຕັ້ງຫ່າງຈາກເທດສະບານ ເມືອງວຽງໄຊ ປະມານ 2 ກິ ໂລແມັດ. ມີທາງລົດຜ່ານໜ້າຖ້ຳ.
ຖ້ຳໂຮງໝໍມິດຕະພາບລາວ-ກູບາ
ຕັ້ງຢູ່ເຂດບ້ານຊຽງລວງ ຫ່າງຈາກເທດສະບານ ເມືອງວຽງໄຊ 37 ກິໂລແມັດ. ລົດໃຫ່ຍ, ລົດຈັກສາມາດເຂົ້າເຖິງບໍລິເວນຖ້ຳໄດ້.
ຖ້ຳໂຮງໝໍນ້ອຍນາວີດ
ຕັ້ງຫ່າງຈາກບ້ານນາວິດ ປະມານ 2 ກິໂລແມັດ ແລະ ຫ່າງຈາກເທດສະບານ ເມືອງວຽງໄຊ 38 ກິໂລແມັດ. ລົດໃຫ່ຍ ແລະ  ລົດຈັກ ສາມມາດເຂົ້າເຖິງບໍລິເວນຖ້ຳ.
ຖ້ຳໂຮງງານປຸງຢາ
ຕັ້ງຫ່າງຈາກບ້ານນາດ ປະມານ 2,5 ກິໂລແມັດ ແລະ  ຫ່າງຈາກເທດສະບານ ເມືອງວຽງໄຊ 38 ກິໂລແມັດ. ລົດໃຫ່ຍ ແລະ ລົດຈັກ ສາມມາດເຂົ້າເຖິງບໍລິເວນຖ້ຳ.
ຖ້ຳນ້ຳເຂົ້າ-ນ້ຳອອກຫາງລ້ອງ
ຕັ້ງຫ່າງຈາກບ້ານຫາງລ້ອງ ປະມານ 100 ແມັດ ແລະ  ຫ່າງຈາກເທດສະບານ 18 ກິໂລແມັດ. ລົດໃຫ່ຍ ແລະ ລົດຈັກ ສາມາດເຂົ້າເຖິງບໍລິເວນຖ້ຳ.
ຖ້ຳນົກແອ່ນ
ຕັ້ງຢູ່ກິໂລແມັດທີ 18 ຈາກເທດສະບານແຂວງໄປ ເມືອງວຽງໄຊ. ລົດໃຫ່ຍ ແລະ  ລົດຈັກ ສາມາດເຂົ້າເຖິງບໍລິເວນຖ້ຳ.
ຖ້ຳຄວາຍ
ຕັ້ງຫ່າງຈາກບ້ານນາຄາວ ປະມານ 3 ກິໂລແມັດ ແລະ ຫ່າງຈາເທດສະບານ ເມືອງວຽງໄຊ 8 ກິໂລແມັດ. ໄລຍະປີ 1965-1978 ແນວລາວຮັກຊາດ ໄດ້ນຳໃຊ້ຖ້ຳແຫ່ງນີ້ ເປັນທີ່ຕັ້ງຂອງ ໂຮງຮຽນສ້າງຄູມັດທະຍົມສູນກາງ. ລົດໃຫ່ຍ ແລະ ລົດຈັກ ສາມາດເຂົ້າເຖິງບໍລິເວນຖ້ຳ.
ຖ້ຳໂຮງງານຫຍິບແສ່ວ
ຕັ້ງຢູ່ບ້ານສົ້ມ ຫ່າງຈາກເທດສະບານ ເມືອງວຽງໄຊ 45 ກິໂລແມັດ. 1971-1989 ໂຮງງານຫຍິບແສ່ວ ໄດ້ນຳໃຊ້ຖ້ຳແຫ່ງນີ້ ເປັນບ່ອນເຮັດວຽກ ຫຼັງຈາກນັ້ນ ຈຶ່ງໄດ້ຍົກຍ້າຍໄປຢູ່ສູນກາງ. ສາມາດເຂົ້າເຖິງເຂດດັ່ງກ່າວ ດ້ວຍລົດໃຫ່ຍ ແລະ ລົດຈັກ.

ແຫລ່ງ: ອົງການພັດທະນາການທ່ອງທ່ຽວ 

ความคิดเห็น

โพสต์ยอดนิยมจากบล็อกนี้

ສະຖານທີ່ທ່ອງທ່ຽວໃນລາວ

 ສະຖານທີ່ທ່ອງທ່ຽວປະເທດລາວ10ອັນດັບສະຖານທີ່ທ່ອງທ່ຽວສຸດຮິດໃນປະເທດລາວ     ລາວອີກໜື່ງປະເທດເພື່ອນບ້ານຫຼາຍຄົນຄຸ້ນເຄີຍເປັນຍ່າງດີແລະເປັນປະເທດທີ່ໜ້າທ່ຽວອີກແຫ່ງໜື່ງລາວມີສະຖານທີ່ທ່ອງທຽວມາກມາຍເຊີ່ງເປັນໄປດ້ວຍຄວາມສົມບູນ samrorism.wordp